ຍັງຂຽນເລື່ອງ ເມື່ອຂ້າພະເຈົ້າຢາກມີເວັບໄຊບໍ່ທັນແລ້ວເທື່ອ ຢາກຂຽນເລື່ອງໃໝ່ກ່ອນ

ມື້ນີ້ຢາກຈະເລົ່າເລື່ອງສູ່ກັນຟັງ ຫົວຂໍ້ເລື່ອງແມ່ນ “ວັດຕະຂອງເວັບໄຊລາວ” ອັນຄຳວ່າ “ວັດຕະ” ນີ້ໃນວັຈນານຸກົມພາສາລາວ ຂຽນໂດຍທ່ານ ມະຫາສິລາຯ ໄດ້ ແປໄວ້ດັ່ງນີ້:

ວັດຕະ ນ. ວົງມົນ, ການວຽນ,  ການວົນວຽນ, ຮອຍແກ່ງການວຽນເກີດວຽນຕາຍ (ປ. ວັຕຕະ)

ປະໂຫຍກວ່າ “ວັດຕະຂອງເວັບໄຊລາວ” ຈຶ່ງມີຄວາມໝາຍຢ່າງນຶ່ງວ່າ ການວຽນເກີດວຽນຕາຍຂອງເວັບໄຊລາວ. ເຫດອັນໃດຈຶ່ງກ່າວເຊັ່ນນັ້ນ? ຜູ່ຂຽນຈະຂໍໂອກາດເລົ່າສິ່ງທີ່ພົບເຫັນມາໃນໄລຍະເວລາຫຼາຍປີທີ່ຢູ່ກັບເວັບໄຊ… ຫາກເນື່ອງດ້ວຍເວລາທີ່ມີຈຳກັດ ຈຶ່ງເຮັດໃຫ້ບົດຂຽນນີ້ອາດຈະສັ້ນເກີນໄປແດ່ ກໍຂໍອະໄພລ່ວງໜ້າ.

ເວັບໄຊໃນລາວນັ້ນ ມີປະກົດຂຶ້ນນັບຕັ້ງແຕ່ກ່ອນຈະມີລະບົບ font (ຕໍ່ໄປຈະຂຽນວ່າ “ຟອນ”) ແບບ Unicode ອີກ ໃນສະໄໝນັ້ນ ເວັບໄຊລາວຈະເປັນພາສາອັງກິດ ຫຼືບໍ່ກໍ່ພາສາລາວ ແຕ່ໃຊ້ຟອນທີ່ບໍ່ແມ່ນມາດຕະຖານກາງແບບ Unicode ເຊິ່ງອາດຈະເປັນຟອນໃນຕະກູນ Alice, Saysettha ທີ່ໃຊ້ລະຫັດ LSwin ຫຼື 95 ເປັນຕົ້ນ ລະບົບຟອນແບບດັ່ງກ່າວຈະມີບັນຫາຫຼາຍເມື່ອນຳມາໃຊ້ໃນເວັບໄຊ ອັນເປັນເຫດໃຫ້ເກີດຂໍ້ຈຳກັດໃນດ້ານພາສາລາວ ຈົນມາຮອດປະມານປີ 2000 – 2001 ທີ່ມີຟອນແບບ Unicode ຂຶ້ນມາ ເວລານັ້ນແມ່ນ Saysettha OT ແລະມັນກາຍເປັນຟອນທີ່ນິຍົມໃຊ້ຫຼາຍທີ່ສຸດ (ໃນເວັບໄຊ) ເລື້ອຍມາ.

ເມື່ອຂໍ້ຈຳກັດດ້ານເທັກນິກຖືກແກ້ໄຂໄປແລ້ວ ບັນດາເວັບໄຊລາວກໍ່ພາກັນຈະເລີນງອກງາມຕາມລຳດັບ ເປັນຕົ້ນວ່າແມ່ນ LaoUpdate, LaoHub, LaoSmile, Inlao, Mahasan ແລະອື່ນ ໆ … ຫາກແຕ່ວ່າ ເຖິງຢ່າງໃດກໍ່ຕາມ ເວັບໄຊລາວສ່ວນຫຼາຍໃນຍຸກທຳອິດ ກໍ່ຍັງມັກໃຊ້ພາສາອັງກິດຢູ່ຄືເກົ່າ ເຖິງແມ່ນວ່າຈະມີຄຳວ່າ “Lao” ໃນຊື່ເວັບກໍ່ຕາມ ມັນກໍ່ມີເຫດຜົນຫຼາຍຢ່າງໃນເລື່ອງນີ້ ເຊັ່ນວ່າ: ຄົນສ່ວນຫຼາຍຍັງບໍ່ມີຟອນລາວ ກໍ່ເລີຍເຮັດເວັບເປັນພາສາອັງກິດແທນ ແລະອີກຢ່າງນຶ່ງ ລະບົບເວັບໄຊໃນເວລານັ້ນຍັງບໍ່ຮອງຮັບ UTF-8 ຈຶ່ງເຮັດໃຫ້ພາສາລາວບໍ່ສາມາດໃຊ້ການໄດ້ເຕັມເມັດເຕັມໜ່ວຍເທື່ອ ເປັນຕົ້ນ.

ເວລາຜ່ານໄປ ເວັບໄຊທີ່ເກີດຂຶ້ນໃນຍຸກທຳອິດກໍ່ເລີ່ມຢຸດໄປ ເທື່ອລະເວັບ … ເທື່ອລະເວັບ ຈົນທີ່ສຸດແລ້ວ ເຫຼືອພຽງບໍ່ເທົ່າທີ່ຢູ່ມາຮອດທຸກມື້ນີ້ໄດ້ ໃນຂະນະດຽວກັນເວັບໄຊລາວໃໝ່ ໆ ກໍ່ເກີດຂຶ້ນ ແລະດັບໄປ…

ຜູ່ຂຽນສັງເກດວ່າ ສ່ວນຫຼາຍນັ້ນ ເວັບໄຊທີ່ເກີດມາໃໝ່ ມັກຈະມີ Webmaster (ຕໍ່ໄປຈະຂຽນ “ເວັບມາສເຕີ”) ເປັນຄົນຮຸ່ນໃໝ່ ໄຟແຮງ ມີຄວາມມຸ່ງໝັ້ນສູງ (ແລະໝົດໄວ) ມັກຈະຢາກມີເວັບໄຊແບບທີ່ເຂົາເຈົ້າມີກັນ ແລະເປັນທີ່ໂຊກດີທີ່ສຸດ ໃນສະໄໝນີ້ນັ້ນ ການຈະໃຊ້ລະບົບເວັບໄຊຊ່າງງ່າຍດາຍເຫຼືອເກີນ ບໍ່ຄືດັ່ງ 5-6 ປີກ່ອນ ດຽວນີ້ມີ CMS (Content Management System) ໃຫ້ເລືອກຫຼາຍ ເຊັ່ນວ່າ WordPress, Drupal ແລະ Joomla! ສຳລັບເວັບໄຊທົ່ວ ໆ ໄປກໍ່ພຽງພໍແລ້ວ ຫຼືຈະເນັ້ນສະເພາະດ້ານ ເຊັ່ນເປັນກະດານສົນທະນາ ຫຼື Webboard ກໍ່ສາມາດໃຊ້ SMF, phpBB3, IPB ຫຼື vBuleltin ກໍ່ໄດ້. ເຄື່ອງມືເຫຼົ່ານີ້ເປັນແຮງດຶງດູດທີ່ເຮັດໃຫ້ເວັບມາສເຕີໜ້າໃໝ່ ພາກັນຕີວົງກັນເຂົ້າມາເພື່ອຈະໄດ້ເປັນ “ເວັບມາສເຕີ” ນຳເຂົາແດ່ຈັກບາດ ເຊິ່ງມັນກໍ່ເປັນເລື່ອງດີ ທີ່ຢ່າງນ້ອຍທີ່ສຸດ ກໍ່ມີການເລີ່ມຕົ້ນເຮັດຫຍັງຂຶ້ນມາຈັກຢ່າງ.

ເຖິງວ່າຈະມີເຄື່ອງມືດີ ໆ ແລະໃໝ່ ໆ ອອກມາຫຼາຍກໍ່ຕາມ ແຕ່ “ແນວຄຶດ” ກໍ່ຍັງຄົງເດີມ ໃນບັນດາເວັບມາສເຕີສ່ວນຫຼາຍ ຍັງຄົງບໍ່ມີຄວາມຄຶດ ຫຼືຮູບແບບເວັບໄຊຂອງຕົນເອງ. ຈຶ່ງພາໃຫ້ເກີດເວັບໄຊທີ່ມີລັກສະນະຄ້າຍ ໆ ຜຸດຂຶ້ນມາປານດັ່ງດອກເຫັດໃນຜືນດິນຊຸ່ມຊື່ນ. ເວັບໄຊເຫຼົ່ານັ້ນມີຮູບຮ່າງໜ້າຕາຄ້າຍຄືກັນໄປໝົດຕັ້ງແຕ່ກົກ ຈົນສຸດປາຍ ຍົກເວັ້ນພຽງ ຊື່ເວັບ.

ບັນຫາຂອງເວັບມາສເຕີໜ້າໃໝ່ກໍ່ຄື ຄຶດຢາກເຮັດໃຫ້ຄືເວັບຄົນອື່ນ ແຕ່ບໍ່ຄຶດຢາກໃຫ້ຄົນອື່ນເຮັດຄືເວັບຕົນ ໝາຍຄວາມວ່າເວັບມາສເຕີໜ້າໃໝ່ ມັກຈະຢາກເຮັດໃຫ້ໄດ້ດັ່ງເວັບທີ່ມີຊື່ສຽງແລ້ວ ສົມມຸດເຊັ່ນ LaoComputerIT.com ເຊິ່ງເປັນ Webbboard ທີ່ສົນທະນາເລື່ອງຄອມພິວເຕີແລະ IT ເຊິ່ງມີຄວາມນິຍົມສູງ ບັນດານັກສ້າງເວັບມືໃໝ່ກໍ່ຢາກເປັນແບບນັ້ນນຳ ແລ້ວກໍ່ພາກັນໄປສ້າງໃຫ້ຄື ຫຼືຄ້າຍກັນ ເລືອກ Theme ດຽວກັນ, ສ້າງໝວດຄືກັນ, ບາງຄັ້ງເຖິງຂະໜາດວ່າ ເນື້ອຫາຄືກັນ! ແຕ່ອະນິດຈາ.. ປາກົດວ່າ ມັນບໍ່ຄືກັນ ດ້ວຍລືມຄຶດໄປວ່າ ເວັບໄຊທີ່ໄດ້ຮັບຄວາມນິຍົມນັ້ນ ບໍ່ໄດ້ເປັນຍ້ອນລະບົບທີ່ໃຊ້ ແຕ່ເປັນຍ້ອນ: ເນື້ອຫາພາຍໃນເວັບ, ການປະຊາສຳພັນ, ການບໍລິຫານ, ການຕະຫຼາດ, ການເບິ່ງແຍງເອົາໃຈໃສ່, ທີມງານທີ່ມີຄຸນນະພາບ, ຯລຯ ເຫຼົ່ານີ້ເປັນປັດໄຈສຳຄັນ ເປັນກະແຈສູ່ຄວາມສຳເລັດ ເຊິ່ງເວັບມາສເຕີມືໃໝ່ເບິ່ງຂ້າມໄປ. ເວັບໃໝ່ ໆ ທີ່ເກີດຂຶ້ນໃນລາວຈຶ່ງຕັ້ງຢູ່ບໍ່ໄດ້ດົນ ເພາະບໍ່ມີຫຍັງເປັນຂອງຕົນເອງ ບໍ່ມີແມ່ນແຕ່ສິ່ງສຳຄັນ ແລະພື້ນຖານທີ່ສຸດ ນັ້ນຄື “ຄວາມຄຶດ”.

ເວັບໃໝ່ ໆ ທີ່ເກີດຂຶ້ນນັ້ນ ບໍ່ສາມາດຜະຫລິດເນື້ອຫາຂອງຕົນເອງອອກມາໄດ້ ບໍ່ມີນັກຂຽນພາຍໃນເວັບ ແລະເວັບມາສເຕີບໍ່ສາມາດຂຽນເນື້ອຫາໄດ້ ມີແຕ່ເອົາຈາກບ່ອນອື່ນມາ ບໍ່ວ່າຈະເປັນການ Copy & Paste ຫຼືການ Copy & Edit (ເອົາຊື່ຄົນຂຽນເກົ່າອອກ) ກໍ່ຕາມ ສິ່ງເຫຼົ່ານີ້ບໍ່ໄດ້ສ້າງມູນຄ່າໃຫ້ກັບເວັບໄຊເຫຼົ່ານັ້ນເລີຍ ເພາະເປັນສິ່ງທີ່ “ໃຜ ໆ ກໍ່ເຮັດໄດ້”.

ການຈະກ້າວຜ່ານຈຸດນີ້ໄປໄດ້ ເວັບມາສເຕີຕ້ອງມີຄວາມຄຶດສ້າງສັນ ມີແນວທາງຂອງຕົນເອງ ມີເປົ້າໝາຍ ແລະອຸດົມການທີ່ໝັ້ນຄົງ ບໍ່ໄຫຼລອຍໄປຕາມແຮງລົມແລະກະແສນ້ຳ.

Posted Thursday, March 26th, 2009 at 9:50 am
Filed Under Category: ເວັບໄຊ
You can leave a response, or trackback from your own site.

2

Responses to “ວັດຕະຂອງເວັບໄຊລາວ”

sian

ຖືກໃຈຫຼາຍ… :-D ~~ ຢາກຈົ່ມຢູ່ຄືກັນ….

pnomsin

ທ່ານເຈົ້າຂອງກະທູ້ ເພິ່ນມັກສົ່ງເສີມ ແລະ ພະຍາຍາມສົ່ງເສີມມາທາງນີ້
ແຕ່ມັນກໍ່ຍັງລຳບາກ ຫນ້າເຫັນໃຈທຸກຝ່າຍ

ຂ້າພະເຈົ້າ ສ້າງເວັບມາຫລາຍແຕ່ບໍ່ສາມາດບໍລິຫານໄດ້ທັງຫມົດ
ຍ້ອນ
ເວລາ ມີຈຳກັດ ບໍ່ພຽງພໍສຳລັບການສ້າງສັນສິ່ງໃຫມ່
ຄ່າອິນເຕີເນັດຍັງແພງຫລາຍ
ແຫລ່ງຂໍ້ມູນ ມີຈຳກັດ
ຜູ້ອ່ານ ຫລືຜູ້ໃຊ້ອິນເຕີເນັດ ທີ່ກ່ຽວຂ້ອງກັບສິ່ງທີ່ເຮົາສ້າງ ຍັງມີຫນ້ອຍ
ຫລາຍຄົນທີ່ໃຊ້ອິນເຕີເນັດ ຍັງບໍ່ອ່ານເວັບລາວ ບໍ່ຮູ້ຈັກຟອນລາວ ບໍ່ຮູ້ວິທີຂຽນພາສາລາວ

Leave a Reply