ວັດຕະຂອງເວັບໄຊລາວ
Thursday, March 26th, 2009ຍັງຂຽນເລື່ອງ ເມື່ອຂ້າພະເຈົ້າຢາກມີເວັບໄຊບໍ່ທັນແລ້ວເທື່ອ ຢາກຂຽນເລື່ອງໃໝ່ກ່ອນ
ມື້ນີ້ຢາກຈະເລົ່າເລື່ອງສູ່ກັນຟັງ ຫົວຂໍ້ເລື່ອງແມ່ນ “ວັດຕະຂອງເວັບໄຊລາວ” ອັນຄຳວ່າ “ວັດຕະ” ນີ້ໃນວັຈນານຸກົມພາສາລາວ ຂຽນໂດຍທ່ານ ມະຫາສິລາຯ ໄດ້ ແປໄວ້ດັ່ງນີ້:
ວັດຕະ ນ. ວົງມົນ, ການວຽນ, ການວົນວຽນ, ຮອຍແກ່ງການວຽນເກີດວຽນຕາຍ (ປ. ວັຕຕະ)
ປະໂຫຍກວ່າ “ວັດຕະຂອງເວັບໄຊລາວ” ຈຶ່ງມີຄວາມໝາຍຢ່າງນຶ່ງວ່າ ການວຽນເກີດວຽນຕາຍຂອງເວັບໄຊລາວ. ເຫດອັນໃດຈຶ່ງກ່າວເຊັ່ນນັ້ນ? ຜູ່ຂຽນຈະຂໍໂອກາດເລົ່າສິ່ງທີ່ພົບເຫັນມາໃນໄລຍະເວລາຫຼາຍປີທີ່ຢູ່ກັບເວັບໄຊ… ຫາກເນື່ອງດ້ວຍເວລາທີ່ມີຈຳກັດ ຈຶ່ງເຮັດໃຫ້ບົດຂຽນນີ້ອາດຈະສັ້ນເກີນໄປແດ່ ກໍຂໍອະໄພລ່ວງໜ້າ.