ດົນແລ້ວທີ່ບໍ່ໄດ້ຂຽນສິ່ງທີ່ເປັນປະໂຫຍດ ມື້ນີ້ຈຶ່ງຢາກລອງຂຽນເບິ່ງ ບໍ່ຮູ້ຊິເປັນປະໂຫຍດຫຼືໂທດກັນແທ້ :P

ຕໍ່ໄປນີ້ຈະກ່າວເຖິງການສ້າງເວັບໄຊ ແລະຫົນທາງສູ່ການມີເວັບໄຊເປັນຂອງຕົນ…

ຫຼາຍ ໆ ຄົນຢາກມີເວັບ ແຕ່ບໍ່ຮູ້ຊິມີໄດ້ແນວໃດ ບາງຄົນຮອດບໍ່ຮູ້ວ່າ ພວກ .com .net .org .biz .info .cc .la .in .travel .mobi .asia ສາລະພັດເຫຼົ່ານີ້ແມ່ນຫຍັງ ແຕ່ກໍ່ຢາກສ້າງເວັບ ບາງຄົນບໍ່ຮູ້ວ່າ ການຈົດ .com .net .org .ອື່ນ ໆ ມັນເຮັດກັນແນວໃດ ແລະຈົດແລ້ວຈະເລີ່ມສ້າງໄດ້ເລີຍບໍ່? ຫຼືວ່າຕ້ອງເຮັດຫຍັງອີກ ແລ້ວຊິໄປຈ່າຍເງິນນຳໃຜ ຫຼືວ່າສາມາດຊອກດາວໂຫລດໄດ້ໃນອິນເຕີນເນັດ?

ມາ ໆ ໆ ຈະຂໍອະທິບາຍໃຫ້ຟັງຢ່າງຄົນຮູ້ນ້ອຍ ຮູ້ພໍສັງເຂບ ຮູ້ພໍຢ່າງລະໜ້ອຍ ຮູ້ດັ່ງທີ່ເປັດຮູ້ລອຍນ້ຳ ແຕ່ພັດບໍ່ຊ່າງລອຍໃຫ້ຄືປາ ແລະມີປີກ ແຕ່ບິນບໍ່ໄດ້ດັ່ງເຊັ່ນນົກ…

ໃນເບື້ອງຕົ້ນ ການສ້າງເວັບໄຊມັນຈະມີງ່າຍ ໆ ຢູ່ສອງຮູບແບບ ຄື ມີ domain ແລະ hosting ເປັນຂອງເຮົາເອງ ເຮົາເສຍເຊົ່າມາໃຊ້ເອງ ໄດ້ຊື່ເປັນຂອງເຮົາ ໄດ້ hosting ເປັນຂອງເຮົາ (ຈົນກວ່າຈະໝົດອາຍຸເຊົ່າ) ແລະແບບທີ່ສອງຄື ໃຊ້ຂອງຄົນອື່ນ ອາດຈະເປັນບໍລິການຟຣີທີ່ມີຢູ່ທົ່ວໄປ ພວກບໍລິການຟຣີນີ້ ໂດຍທົ່ວໄປແລ້ວຈະເປີດໃຫ້ຄົນເຂົ້າໄປໃຊ້ Hosting ຂອງເຂົາເຈົ້າໄດ້ ເພື່ອແລກກັບໂຄສະນາໃນໜ້າເວັບໄຊຂອງຄົນໄປໃຊ້ບໍລິການ (ຫຼືແບບທີ່ບໍ່ມີໂຄສະນາເລີຍກໍ່ມີ) ພວກນີ້ຈະໃຫ້ domain ເປັນ subdomain ເປັນສ່ວນໃຫຍ່ ເຊັ່ນ http://au8ust.somefreehosting.com/ ເປັນຕົ້ນ ສັງເກດວ່າ au8ust ເປັນຊື່ subdomain ແລະ somefreehosting.com ເປັນຊື່ຂອງເວັບໄຊໃຫ້ບໍລິການຟຣີ hosting…

ສຳລັບຮູບແບບທີ່ ໑ ກໍ່ຄື ແບບເສຍເງິນນັ້ນ ເຮົາຈະໄດ້ແມ່ນຊື່ domain ຫຼືທີ່ເອີ້ນວ່າ domain name ທີ່ເປັນຂອງເຮົາ ເຊັ່ນວ່າ loveoflao.com ເປັນຕົ້ນ ໃຫ້ສັງເກດວ່າ ມີ .com ຕໍ່ທ້າຍ ອັນນີ້ແມ່ນຫຍັງ? .com ຫຼື .net ຫຼື .org ຫຼື . ອື່ນ ໆ ( . ອ່ານວ່າ ດອດ –dot ແປວ່າ ຈ້ຳເມັດ) ພວກນີ້ເອີ້ນວ່າ top level domain ຫຍໍ້ເປັນ TLD ຈະໝາຍເຖິງ level ຂອງ domain ສູງສຸດ ເຊິ່ງມີຫຼາຍແບບ ເຊັ່ນ .com .net .org .info .mobi .asia .travel .la .th .jp ແລະອື່ນ ໆ ເຊິ່ງ TLD ແມ່ນ ICANN (Internet Corporation for Assigned Names and Numbers)ເປັນຄົນເບິ່ງແຍງຢູ່ ໂດຍທົ່ວໄປແລ້ວ ໃນປັດຈຸບັນນີ້ ບໍ່ສາມາດຈົດທະບຽນ TLD ໄດ້ເອງ ຕ້ອງໃຫ້ ICANN ເປັນຜູ້ອະນຸມັດ ເຊິ່ງໃຊ້ເວລາດົນນານຫຼາຍປີກວ່າຈະສາມາດອະນຸມັດໄດ້ຊື່ໜຶ່ງຂຶ້ນມາ.

TLD ໃນຍຸກທຳອິດຂອງອິນເຕີເນັດແມ່ນ .com ເຊິ່ງຫຍໍ້ມາຈາກ commercial ເພາະໃນຍຸກສະໄໝທີ່ມີອິນເຕີເນັດໃໝ່ ໆ ແມ່ນໃຊ້ເພື່ອການຄ້າ ແລະທຸລະກິດຕ່າງ ໆ ຫຼາຍກວ່າທີ່ຈະໃຊ້ເພື່ອການສ່ວນຕົວ ເນື່ອງດ້ວຍລາຄາທີ່ແພງນັ້ນເອງ ແລ້ວບາດນີ້ ຈະຈົດ domain name ໄດ້ຢູ່ໃສ? ແລະລາຄາເທົ່າໃດ? domain name ນັ້ນສາມາດຂໍຈົດໄດ້ຕາມຜູ້ໃຫ້ບໍລິການຈົດ domain name ທີ່ເອີ້ນວ່າ Domain Registrar ໄດ້ເຊິ່ງກໍ່ມີຢູ່ຫຼາຍບໍລິສັດທີ່ຮັບເຮັດໃນດ້ານນີ້ ໃນຕ່າງປະເທດກໍ່ມີ godaddy.com, register.com, mydomain.com ເປັນຕົ້ນ. ໃນດ້ານລາຄານັ້ນກໍ່ມີຕັ້ງແຕ່ $6 ໄປຈົນຮອດ $35 ຕໍ່ປີ ບາງຜູ້ໃຫ້ບໍລິການອາດຈະມີ promotion ເຊັ່ນຈົດປີທຳອິດຫຼຸດລາຄາໃຫ້ ສ່ວນປີຕໍ່ ໆ ໄປແມ່ນລາຄາປົກກະຕິກໍ່ມີ ແລະການຈົດ domain name ນີ້ ສາມາດຈົດໄດ້ຕ່ຳສຸດ 1 ປີ ຫຼາຍສຸດບໍ່ເກີນ 10 ປີ. ອີກຢ່າງໜຶ່ງທີ່ຄວນຮູ້ກໍ່ຄື TLD ແຕ່ລະຊື່ ລາຄາບໍ່ເທົ່າກັນ .com .net .org ເປັນ TLD ທີ່ນິຍົມໃຊ້ກັນຫຼາຍ ລາຄາຈະໃກ້ຄຽງກັນ ອາດຈະມີບາງເວລາທີ່ .org ຖືກລົງ ຫຼື .com ແພງຂຶ້ນ ແຕ່ TLD ທີ່ມີລາຄາແພງແມ່ນຈຳພວກ .tv .travel .asia .la ພວກນີ້ແພງ ບາງບ່ອນລາຄາ $40 ຕໍ່ປີກໍ່ມີ ເຊິງນັບໄດ້ວ່າແພງຫຼາຍເມື່ອທຽບກັບ dot ອື່ນ ໆ

ສຳລັບເລື່ອງ “ເມື່ອຂ້າພະເຈົ້າຢາກມີເວັບໄຊ” ຕອນທີ່ ໑ ກໍ່ຂໍຈົບລົງພຽງເທົ່ານີ້ກ່ອນ ຕອນໜ້າຈະມາເວົ້າຮອດເລື່ອງ Hosting ກັນຕໍ່ ກໍ່ບໍ່ຮູ້ວ່າຄົນອ່ານ ອ່ານແລ້ວຮູ້ເລື່ອງກັນບໍ່ ເພາະໂດຍສ່ວນຕົວແລ້ວ ຜູ້ຂຽນບໍ່ໄດ້ຊຳນານໃນດ້ານການອະທິບາຍເລື່ອງພໍປານໃດ ແນວໃດກໍ່ ອົດສາອ່ານ ໆ ໄປເອົາເນາະ :(

Posted Tuesday, October 21st, 2008 at 7:27 am
Filed Under Category: ເວັບໄຊ
You can leave a response, or trackback from your own site.

6

Responses to “ເມື່ອຂ້າພະເຈົ້າຢາກມີເວັບໄຊ ຕອນທີ່ ໑”

Diow

ມີປະໂຫຍດ

Phonh

Oh!! so lucky to see this blog! I’m going to have my own website!! this Au8ust you so help full!! lol

chit

ອ່ານແລ້ວມີສາລະ ຄົນລາວມັນຕ້ອງແບບນີ້ ຖ້າຄົນລາວເປັນຄືຜູ້ຂຽນໝົດເລີຍຄືຊິດີ
ຂອບໃຈທີ່ເອົາສິ່ງທີ່ມີປະໂຫຼຍດມາບອກ

sian

ເອີ…ຊຶ້ງ…
ເຄີຍຈົດໂດເມນ .cn ໃນລາ1Yuan(1250ກີບ)/ປີຈຳນວນ
2ໂດເມນ ແລະ ໂຮສ໌ຕິ້ງ 1G ໃນລາ1Yuanຄືກັນ…
ໃຊ້ໄດ້ປະມານ ສອງເດືອນປາກົດວ່າ…ໂຮສ໌ຕິ້ງ ໃຊ້ບໍ່ໄດ້…ເອີ..ຈັ່ງແມ່ນຊາດມັນເອີຍ…
ແນວນີ້ລະບໍເພິ່ນວ່າຂອງຖືກມັນບໍ່ດີ..ຂອງດີມັນບໍ່ຖືກ..
ຄັນໃຜຮູ້ພາສາຈີນຊື້ນຳຈີນກໍ່ຖືກດີ domcom ຢູ່ລະຫວ່າງ35-80Yuan/ປີ
Domcn 19Yuan/ປີ…
ແຕ່…ແນະນຳໃຫ້ເບິ່ງລາຍລະອຽດຂອງບໍລິສັດ…ໃຫ້ຊື້ນຳບໍລິສັດໃຫຍ່ແດ່…ບໍລິສັດນ້ອຍຢ້ານມັນຂີ້ຕົວະ…
ຫຼືຈະຊື້ຢູ່ລາວກໍ່ດີ ກັບ Au8ust,os555 ຫຼື Mahasan ກໍ່ມີຂາຍກັນ…(ຮັກລາວຊື້ຂອງລາວ..ເງິນບໍ່ໄຫຼອອກນອກປະເທດ..ເຮີໆ)

ປລ: Domcom = .com .net .org …
Domcn = .cn .com.cn .net.cn .bj.cn .sh.cn …

ສາຍລົມເຍັນ

ຄວາມຮູ້ດີໆແບບນີ ຖ້າມີຄົນຫຼາຍໆຄົນຊ່ວຍກັນແຊຄວາມຮູ້ແບບນີ້ຕໍ່ໄປ
ສັງຄົມໜ້າຈະມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຫຼາຍ
ຂອບໃຈທີ່ເອົາມາຝາກ

Leave a Reply