ຄົນລ້ຽງຫ່ານຍາກຈົນ ໄດ້ພົບກັບຍົມມະທູດທີ່ໃກ້ ໆ ກັບແມ່ນ້ຳ. ລາວຈຶ່ງໄດ້ຖາມຍົມມະທູດວ່າ ອີກຟາກໜຶ່ງຂອງແມ່ນ້ຳຫັ້ນ ມີຫຍັງຢູ່? ຍົມມະທູດຕອບວ່າ ມີອີກໂລກໜຶ່ງ, ເຊິ່ງຍົມມະທູດຈະພາຄົນທີ່ກຳລັງຈະຕາຍໄປ ແລະຈະໃຫ້ໃຜລອຍນ້ຳໄປດ້ວຍຕົວເອງບໍ່ໄດ້ເດັດຂາດ. ຄົນລ້ຽງຫ່ານໄດ້ຟັງດັ່ງນັ້ນແລ້ວ ກໍ່ຂໍຮ້ອງໃຫ້ຍົມມະທູດພາຕົວເອງຂ້າມຝັ່ງໄປ. ຫາກແຕ່ຍົມມະທູດກໍ່ປະຕິເສດວ່າ ຍັງບໍ່ຮອດເວລາເທື່ອ ແລ້ວຍົມມະທູດກໍ່ພາເສດຖີຂີ້ໜຽວມາ ເສດຖີລອຍນ້ຳໄປໄດ້ຈັກໜ່ອຍກໍ່ໝົດແຮງຈົມລົງນ້ຳໄປ. ໝາແມວຂອງເສດຖີທີ່ຕາມມາກໍ່ຈົມນ້ຳລົງໄປນຳ.

ແລ້ວຍົມມະທູດກໍ່ມາຫາຄົນລ້ຽງຫ່ານ ເພື່ອບອກວ່າ ເຖິງເວລາຂອງລາວແລ້ວ ຄົນລ້ຽງຫ່ານລອຍນ້ຳໄປຈົນຮອດອີກຝັ່ງ ຫ່ານທີ່ລາວລ້ຽງໄວ້ກໍ່ລອຍນ້ຳຕາມຫຼັງມາ ເມື່ອມາຮອດຝັ່ງກໍ່ກາຍເປັນແກະສີຂາວ ຍົມມະທູດບອກກັບຄົນລ້ຽງຫ່ານວ່າ ໃນໂລກນີ້ ຄົນລ້ຽງແກະຄືພະຣາຊາ ແລະກໍ່ມີພະຣາຊາຫຼາຍຄົນມາມອບມົງກຸດໃຫ້ກັບລາວ ແລ້ວຄົນລ້ຽງຫ່ານກໍ່ອາໄສຢູ່ໃນໂລກໃໝ່ຢ່າງມີຄວາມສຸກຕະຫຼອດໄປ…

ອ່ານຈົບແລ້ວພໍຈະຕີຄວາມໝາຍອອກບໍ່? ນິທານເລື່ອງນີ້ເປັນໜຶ່ງໃນຊຸດນິທານຂອງ Grimm’s Fairy Tales ເຊິ່ງຖືກຕັດອອກໃນເວລາຕໍ່ມາ

ທີ່ມາ – al fine

Posted Thursday, October 9th, 2008 at 9:03 am
Filed Under Category: ເມື່ອຂ້າພະເຈົ້າໄປພົບເຫັນ
You can leave a response, or trackback from your own site.

2

Responses to “ຍົມມະທູດກັບຄົນລ້ຽງຫ່ານ”

pnomsin

ນິທານເລື້ອງນີ້ ມັນສອນຫຍັງກັບເຮົາລະ

visnu

ຄົນທີ່ມີຄວາມພະຍາຍາມເຮັດສຸດກົກສຸດປາຍໃນເສັ້ນທາງແຫ່ງຊີວິດຂອງຕົນ ມັກຈະໄດ້ຮັບລາງວັນຕອບແທນຢ່າງສົມກັບຄວາມມຸມານະ ດັ່ງຄົນລ້ຽງຫ່ານທີ່ລອຍນໍ້າໄປສູ່ຝັ່ງໜຶ່ງຈົນສຳເລັດ ແລະກໍໄດ້ຮັບມຸງກຸດກາຍເປັນພະລາຊາ ເຊັ່ນດຽວກັບຜູ້ທີ່ລອຍໄປຮອດກ່ອນ ຊຶ່ງກົງກັນຂ້າມກັບເສດຖີຂີ້ໜຽວທີ່ທົນຕໍ່ຄວາມອິດເມື່ອຍບໍ່ໄດ້ ຈຶ່ງຈົມນໍ້າລົງໄປພ້ອມດ້ວຍແມວໝາຂອງເຂົາ.
“ຄວາມອົດທົນພະຍາຍາມເປັນເຄື່ອງມືອັນປະເສີດໃນການສ້າງຊີວິດທີ່ສົດໃສ”
ຜິດຖືກປະການໃດ ຊ່ວຍແກ້ໄຂໃຫ້ດ້ວຍເຖີດ.

Leave a Reply