Tuesday, October 21st, 2008
ດົນແລ້ວທີ່ບໍ່ໄດ້ຂຽນສິ່ງທີ່ເປັນປະໂຫຍດ ມື້ນີ້ຈຶ່ງຢາກລອງຂຽນເບິ່ງ ບໍ່ຮູ້ຊິເປັນປະໂຫຍດຫຼືໂທດກັນແທ້
ຕໍ່ໄປນີ້ຈະກ່າວເຖິງການສ້າງເວັບໄຊ ແລະຫົນທາງສູ່ການມີເວັບໄຊເປັນຂອງຕົນ…
ຫຼາຍ ໆ ຄົນຢາກມີເວັບ ແຕ່ບໍ່ຮູ້ຊິມີໄດ້ແນວໃດ ບາງຄົນຮອດບໍ່ຮູ້ວ່າ ພວກ .com .net .org .biz .info .cc .la .in .travel .mobi .asia ສາລະພັດເຫຼົ່ານີ້ແມ່ນຫຍັງ ແຕ່ກໍ່ຢາກສ້າງເວັບ ບາງຄົນບໍ່ຮູ້ວ່າ ການຈົດ .com .net .org .ອື່ນ ໆ ມັນເຮັດກັນແນວໃດ ແລະຈົດແລ້ວຈະເລີ່ມສ້າງໄດ້ເລີຍບໍ່? ຫຼືວ່າຕ້ອງເຮັດຫຍັງອີກ ແລ້ວຊິໄປຈ່າຍເງິນນຳໃຜ ຫຼືວ່າສາມາດຊອກດາວໂຫລດໄດ້ໃນອິນເຕີນເນັດ?
ມາ ໆ ໆ ຈະຂໍອະທິບາຍໃຫ້ຟັງຢ່າງຄົນຮູ້ນ້ອຍ ຮູ້ພໍສັງເຂບ ຮູ້ພໍຢ່າງລະໜ້ອຍ ຮູ້ດັ່ງທີ່ເປັດຮູ້ລອຍນ້ຳ ແຕ່ພັດບໍ່ຊ່າງລອຍໃຫ້ຄືປາ ແລະມີປີກ ແຕ່ບິນບໍ່ໄດ້ດັ່ງເຊັ່ນນົກ…
(more…)
Posted in ເວັບໄຊ | 6 Comments »
Thursday, October 9th, 2008
ຄົນລ້ຽງຫ່ານຍາກຈົນ ໄດ້ພົບກັບຍົມມະທູດທີ່ໃກ້ ໆ ກັບແມ່ນ້ຳ. ລາວຈຶ່ງໄດ້ຖາມຍົມມະທູດວ່າ ອີກຟາກໜຶ່ງຂອງແມ່ນ້ຳຫັ້ນ ມີຫຍັງຢູ່? ຍົມມະທູດຕອບວ່າ ມີອີກໂລກໜຶ່ງ, ເຊິ່ງຍົມມະທູດຈະພາຄົນທີ່ກຳລັງຈະຕາຍໄປ ແລະຈະໃຫ້ໃຜລອຍນ້ຳໄປດ້ວຍຕົວເອງບໍ່ໄດ້ເດັດຂາດ. ຄົນລ້ຽງຫ່ານໄດ້ຟັງດັ່ງນັ້ນແລ້ວ ກໍ່ຂໍຮ້ອງໃຫ້ຍົມມະທູດພາຕົວເອງຂ້າມຝັ່ງໄປ. ຫາກແຕ່ຍົມມະທູດກໍ່ປະຕິເສດວ່າ ຍັງບໍ່ຮອດເວລາເທື່ອ ແລ້ວຍົມມະທູດກໍ່ພາເສດຖີຂີ້ໜຽວມາ ເສດຖີລອຍນ້ຳໄປໄດ້ຈັກໜ່ອຍກໍ່ໝົດແຮງຈົມລົງນ້ຳໄປ. ໝາແມວຂອງເສດຖີທີ່ຕາມມາກໍ່ຈົມນ້ຳລົງໄປນຳ.
ແລ້ວຍົມມະທູດກໍ່ມາຫາຄົນລ້ຽງຫ່ານ ເພື່ອບອກວ່າ ເຖິງເວລາຂອງລາວແລ້ວ ຄົນລ້ຽງຫ່ານລອຍນ້ຳໄປຈົນຮອດອີກຝັ່ງ ຫ່ານທີ່ລາວລ້ຽງໄວ້ກໍ່ລອຍນ້ຳຕາມຫຼັງມາ ເມື່ອມາຮອດຝັ່ງກໍ່ກາຍເປັນແກະສີຂາວ ຍົມມະທູດບອກກັບຄົນລ້ຽງຫ່ານວ່າ ໃນໂລກນີ້ ຄົນລ້ຽງແກະຄືພະຣາຊາ ແລະກໍ່ມີພະຣາຊາຫຼາຍຄົນມາມອບມົງກຸດໃຫ້ກັບລາວ ແລ້ວຄົນລ້ຽງຫ່ານກໍ່ອາໄສຢູ່ໃນໂລກໃໝ່ຢ່າງມີຄວາມສຸກຕະຫຼອດໄປ…
ອ່ານຈົບແລ້ວພໍຈະຕີຄວາມໝາຍອອກບໍ່? ນິທານເລື່ອງນີ້ເປັນໜຶ່ງໃນຊຸດນິທານຂອງ Grimm’s Fairy Tales ເຊິ່ງຖືກຕັດອອກໃນເວລາຕໍ່ມາ
ທີ່ມາ – al fine
Posted in ເມື່ອຂ້າພະເຈົ້າໄປພົບເຫັນ | 2 Comments »