ເມື່ອຂ້າພະເຈົ້າຊວນອ້າຍຄົນຫນຶ່ງທີ່ຮູ້ຈັກກັນມາຂຽນບລັອກ ລາວໄດ້ຖາມຄຳຖາມກັບຂ້າພະເຈົ້າວ່າ “ຂຽນແລ້ວຈະໄດ້ຫຍັງ?” ເປັນຄຳຖາມທີ່ Classic ແລະມີຕະຫລອດ ໄດ້ຍິນມາເລື້ອຍ ໆ ມັກຈະໄດ້ຍິນຫລາຍໃນກຸ່ມຄົນທີ່ບໍ່ຄ່ອຍຈະໄດ້ໃຊ້ອິນເຕີເນັດ ຫຼືໃຊ້ອິນເຕີເນັດພຽງເພື່ອວຽກງານສຳຄັນ

ການຂຽນບລັອກ ຄວາມຈິງມັນມີຫລາຍຢ່າງທີ່ຫນ້າສົນໃຈ ການຂຽນບລັອກມີປະໂຫຍດຫລາຍຢ່າງ ເຮົາສາມາດໃຊ້ມັນເພື່ອເຝິກແອບທັກສະການນຳສະເຫນີໄດ້ ເປັນວິທີການທີ່ດີ ທີ່ຈະຮຽນຮູ້ການຖ່າຍທອດຄວາມຮູ້ສຶກ ໃຫ້ຜູ້ອື່ນໄດ້ຮັບຜູ້ຜ່ານຕົວອັກສອນໃນຫນ້າຈໍຄອມພິວເຕີ ຄົນຂຽນບລັອກ ບໍ່ຈຳເປັນຕ້ອງເປັນນັກຂຽນຊື່ດັງ ບໍ່ຈຳເປັນຕ້ອງມີເງິນເພື່ອຈັດພິມຫນັງສືຂອງຕົນເອງ ບໍ່ຈຳເປັນຕ້ອງຕິດຕໍ່ສຳນັກພິມໃດ ໆ ຫຼືບໍ່ຈຳເປັນຕ້ອງປະກາດໃຫ້ຄົນມາອ່ານ ແຕ່ທຸກຢ່າງຈະເປັນໄປເອງຜ່ານໂລກອິນເຕີເນັດ

ໃນຫລາຍ ໆ ຄັ້ງ ບົດຄວາມຂອງຄົນຂຽນບລັອກຫນຶ່ງ ໆ ອາດຈະມີປະໂຫຍດກັບຄົນອື່ນ ໆ ກໍ່ເປັນໄດ້ ບາງຄົນຂຽນເລົ່າກ່ຽວກັບວຽກງານຂອງຕົນເອງ ບາງຄົນຂຽນເລົ່າກ່ຽວກັບສິ່ງທີ່ຕົນເອງສົນໃຈ ບາງຄົນຂຽນໃນສິ່ງທີ່ສົງໄສ ແລະກໍ່ມີຄົນທີ່ມີຄວາມສົນໃຈໃນສິ່ງດຽວກັນເຂົ້າມາອ່ານ ມາຕອບ ມາໃຫ້ຄຳຄິດເຫັນ ໃຫ້ທັດສະນະໃນເລື່ອງນັ້ນ ໆ ຈະເວົ້າໄປແລ້ວ ມັນກໍ່ຄ້າຍ ໆ ກັບການເລົ່າເລື່ອງສູ່ກັນຟັງ ພຽງແຕ່ເປັນໃນຮູບແບບຂອງ eletronic ເທົ່ານັ້ນເອງ

ຂຽນໄປກໍ່ບໍ່ໄດ້ເງິນ!

ຫາກຈະເວົ້າໄປແລ້ວ ຕ້ອງຍອມຮັບວ່າ ເປັນຄວາມຈິງແທ້ ໃນເວລານີ້ ເຮົາຈະຂຽນບລັອກໄປກໍ່ບໍ່ໄດ້ເງິນ ແຕ່ຢ່າລືມວ່າ ໂລກນີ້ບໍ່ໄດ້ມີແຕ່ເລື່ອງເງິນ ໆ ທອງ ໆ ເທົ່ານັ້ນ ເຮົາອາດຈະຂຽນບລັອກ ເພື່ອແບ່ງປັນຄວາມຮູ້ສຶກ ໃຫ້ກັບຄົນທີ່ສົນໃຈໃນສິ່ງໃດຫນຶ່ງຄ້າຍ ໆ ກັນ ໄດ້ພົບປະກັບຄົນອື່ນ ໆ ໄດ້ຮູ້ຈັກກັນຫລາຍຂຶ້ນຜ່ານຂໍ້ມູນທີ່ຖືກສົ່ງໄປທາງສາຍໂທລະສັບ ຫລາຍຄົນອາດຈະຄົ້ນພົບດ້ວຍຕົນເອງໃນພາຍຫລັງວ່າ ບລັອກ ແລະອິນເຕີເນັດ ໄດ້ໃຫ້ຫຍັງຫລາຍ ໆ ຢ່າງກັບເຮົາ ໂດຍທີ່ເຮົາບໍ່ຄິດມາກ່ອນກໍ່ເປັນໄດ້!

Posted Friday, June 20th, 2008 at 9:27 pm
Filed Under Category: ໃນໃຈ
You can leave a response, or trackback from your own site.

3

Responses to “ເປັນຫຍັງຕ້ອງຂຽນບລັອກ?”

shinshinobi

ຂອບໃຈຫຼາຍໆທ່ານທີ່ມາເລົ່າໃຫ້ກັນຟັງ ເປັນແນວຄິດທີ່ດີຫຼາຍ

pnomsin

ບົດຄວາມນີ້ຂໍໄດ້ບໍ່
ບໍ່ໃຫ້ກາເອົາ

iroza

ມັນຈະເປັນຊ່ອງທາງລະບາຍຂອງຂ້ອຍຕໍ່ໄປ ເພາະໂລກຂອງຄວາມຈິງມັນມີຫຼາຍອັນທີ່ຕ້ອງຝືນເກັບໄວ້ຢູ່

It’s my grumble way, and tell The world about myself……

Leave a Reply