ບໍ່ໄດ້ເຂົ້າມາຂຽນດົນແລ້ວໃນ LaoBlogger ມື້ນີ້ໂອກາດດີ ກໍເລີຍມາຂຽນເລື່ອງນຶ່ງ.
ຢາກຂຽນແມ່ນເລື່ອງກ່ຽວກັບເວັບໄຊຂອງຄົນລາວໃນປີ 2012 ເຊິ່ງທີ່ຈິງກໍບໍ່ແມ່ນສະເພາະ 2012 ດອກ ເພາະມັນເລີ່ມມາຕັ້ງແຕ່ປີ 2011 ຫຼືອາດຈະ 2010 ຫຼືສອງປີກ່ອນແລ້ວ.
ບໍ່ຮູ້ວ່າ ຫຼາຍຄົນສັງເກດເຫັນບໍ່ ວ່າໃນປັດຈຸບັນ ບັນດາ blog ແລະເວັບໄຊຕ່າງໆ ໃນລາວແມ່ນນັບມື້ນັບໜ້ອຍລົງ ໄວຮຸ່ນລາວບໍ່ນິຍົມສ້າງເວັບ ຫຼືພະຍາຍາມມີເວັບໄຊເປັນຂອງຕົນເອງແລ້ວ ເຊັ່ນດຽວກັບ blog ກໍບໍ່ມີໃຜຂຽນເພີ່ມຂຶ້ນມາເລີຍ. ບັນດາເວັບໄຊ ແລະ blog ທີ່ມີຢູ່ແລ້ວ ກໍນັບມື້ນັບເສື່ອມຖອຍລົງໄປ ສັງເກດໄດ້ຈາກຈຳນວນເວັບຄົນລາວຫຼາຍໆ ເວັບ ຫາກບໍ່ອັບເດດໜ້ອຍລົງ (ແບບຫຼາຍເທົ່າ) ກໍຢຸດອັບເດດກັນໄປເລີຍ ເຊິ່ງກໍເປັນເລື່ອງໜ້າກັງວົນໃຈ.
ປະມວນພາບບຸນປີໃໝ່ລາວ ທີ່ຈັດຂຶ້ນໃນແຂວງຫຼວງພະບາງ ຈາກວັນທີ 14 ຫາ 16 ເມສາ ປີ 2010.
ກໍເປັນປະເພນີທີ່ຈັດຂຶ້ນທຸກໆ ປີໃນຊ່ວງເວລາດຽວກັນນີ້ ຈະເປັນແນວໃດກໍເບິ່ງຕາມໃນຮູບກັນເລີຍ ![]()
Read the rest of this entry »
ຍັງຂຽນເລື່ອງ ເມື່ອຂ້າພະເຈົ້າຢາກມີເວັບໄຊບໍ່ທັນແລ້ວເທື່ອ ຢາກຂຽນເລື່ອງໃໝ່ກ່ອນ
ມື້ນີ້ຢາກຈະເລົ່າເລື່ອງສູ່ກັນຟັງ ຫົວຂໍ້ເລື່ອງແມ່ນ “ວັດຕະຂອງເວັບໄຊລາວ” ອັນຄຳວ່າ “ວັດຕະ” ນີ້ໃນວັຈນານຸກົມພາສາລາວ ຂຽນໂດຍທ່ານ ມະຫາສິລາຯ ໄດ້ ແປໄວ້ດັ່ງນີ້:
ວັດຕະ ນ. ວົງມົນ, ການວຽນ, ການວົນວຽນ, ຮອຍແກ່ງການວຽນເກີດວຽນຕາຍ (ປ. ວັຕຕະ)
ປະໂຫຍກວ່າ “ວັດຕະຂອງເວັບໄຊລາວ” ຈຶ່ງມີຄວາມໝາຍຢ່າງນຶ່ງວ່າ ການວຽນເກີດວຽນຕາຍຂອງເວັບໄຊລາວ. ເຫດອັນໃດຈຶ່ງກ່າວເຊັ່ນນັ້ນ? ຜູ່ຂຽນຈະຂໍໂອກາດເລົ່າສິ່ງທີ່ພົບເຫັນມາໃນໄລຍະເວລາຫຼາຍປີທີ່ຢູ່ກັບເວັບໄຊ… ຫາກເນື່ອງດ້ວຍເວລາທີ່ມີຈຳກັດ ຈຶ່ງເຮັດໃຫ້ບົດຂຽນນີ້ອາດຈະສັ້ນເກີນໄປແດ່ ກໍຂໍອະໄພລ່ວງໜ້າ.
Google ອອກຄູ່ມືສຳລັບ Search Engine Optimization ຫຼື SEO ໃນເບື້ອງຕົ້ນ ສາມາດອ່ານລາຍລະອຽດເພີ່ມເຕີມ ແລະດາວໂຫຼດໄດ້ຈາກ Official Google Webmaster Central Blog
ທາງ Search Engine Facts (ຜູ້ຢູ່ເບື້ອງຫຼັງ IBP) ໄດ້ສະຫຼຸບເປັນລາຍການດັ່ງນີ້:
1. Things that you should not do in your web page titles
- Do not use web page titles that have no relation to the content on the page.
- Do not use general web page titles such as “Untitled” or “New Page”.
- Do not use the same title for more than one web page.
- Do not use very long titles that do not help your users.
- Do not stuff unnecessary keywords in your title tag.
2. Things that you should not do in your meta tags
- Do not use meta description tags that have no relation to the web page content.
- Do not use general descriptions such as “My web page” or “About kittens”.
- Do not use only keywords in the description.
- Do not copy the entire content of the web page in the meta description tag.
- Do not use the same description tag on more than one web page.
3. Things that you should not do with your URLs
- Do not use lengthy URLs with unnecessary parameters and session IDs.
- Do not overuse keywords in your URL (kittens-cute-kittens-all-about-kittens.htm).
- Do not use too many sub directories (../here/there/down/2/buried/deep/down/content.htm).
- Do not use directory names that have no relation to the web page content.
4. Things that you should not do with your website navigation
- Do not show the same content with different domains or sub-domains.
- Do not mix www. and non-www. versions of your URLs in your internal links.
- Do not use capitalization in your URLs.
- Do not link every page of your website to every other page of your website.
- Do not over-segment your web page content. Users should be able to access any content with a few clicks.
- Do not base your entire navigation on drop-down menus or images.
5. Things that you should not do with broken links
- Do not use broken links on your web page.
- Do not block search engines from indexing your 404 not found pages.
- Do not use non-descriptive 404 not found pages. Better use 404 web pages that help your website visitors to find the correct page on your website.
- Do not use a 404 not found web page design that is not consistent with the rest of your website.
6. Things that you should not do with your web page content
- Do not use text with many spelling and grammar errors on your pages.
- Do not embed text in images because search engines cannot read it.
- Do not write text about varying topics on a single page without paragraphs, sub-headings or layout separation.
- Do not copy content from other web pages that has no extra value to your website visitors.
ທີ່ມາ – http://news.axandra.com/r.html?uid=1.w.7jg.113.4m5na6218m
ດົນແລ້ວທີ່ບໍ່ໄດ້ຂຽນສິ່ງທີ່ເປັນປະໂຫຍດ ມື້ນີ້ຈຶ່ງຢາກລອງຂຽນເບິ່ງ ບໍ່ຮູ້ຊິເປັນປະໂຫຍດຫຼືໂທດກັນແທ້
ຕໍ່ໄປນີ້ຈະກ່າວເຖິງການສ້າງເວັບໄຊ ແລະຫົນທາງສູ່ການມີເວັບໄຊເປັນຂອງຕົນ…
ຫຼາຍ ໆ ຄົນຢາກມີເວັບ ແຕ່ບໍ່ຮູ້ຊິມີໄດ້ແນວໃດ ບາງຄົນຮອດບໍ່ຮູ້ວ່າ ພວກ .com .net .org .biz .info .cc .la .in .travel .mobi .asia ສາລະພັດເຫຼົ່ານີ້ແມ່ນຫຍັງ ແຕ່ກໍ່ຢາກສ້າງເວັບ ບາງຄົນບໍ່ຮູ້ວ່າ ການຈົດ .com .net .org .ອື່ນ ໆ ມັນເຮັດກັນແນວໃດ ແລະຈົດແລ້ວຈະເລີ່ມສ້າງໄດ້ເລີຍບໍ່? ຫຼືວ່າຕ້ອງເຮັດຫຍັງອີກ ແລ້ວຊິໄປຈ່າຍເງິນນຳໃຜ ຫຼືວ່າສາມາດຊອກດາວໂຫລດໄດ້ໃນອິນເຕີນເນັດ?
ມາ ໆ ໆ ຈະຂໍອະທິບາຍໃຫ້ຟັງຢ່າງຄົນຮູ້ນ້ອຍ ຮູ້ພໍສັງເຂບ ຮູ້ພໍຢ່າງລະໜ້ອຍ ຮູ້ດັ່ງທີ່ເປັດຮູ້ລອຍນ້ຳ ແຕ່ພັດບໍ່ຊ່າງລອຍໃຫ້ຄືປາ ແລະມີປີກ ແຕ່ບິນບໍ່ໄດ້ດັ່ງເຊັ່ນນົກ…
ຄົນລ້ຽງຫ່ານຍາກຈົນ ໄດ້ພົບກັບຍົມມະທູດທີ່ໃກ້ ໆ ກັບແມ່ນ້ຳ. ລາວຈຶ່ງໄດ້ຖາມຍົມມະທູດວ່າ ອີກຟາກໜຶ່ງຂອງແມ່ນ້ຳຫັ້ນ ມີຫຍັງຢູ່? ຍົມມະທູດຕອບວ່າ ມີອີກໂລກໜຶ່ງ, ເຊິ່ງຍົມມະທູດຈະພາຄົນທີ່ກຳລັງຈະຕາຍໄປ ແລະຈະໃຫ້ໃຜລອຍນ້ຳໄປດ້ວຍຕົວເອງບໍ່ໄດ້ເດັດຂາດ. ຄົນລ້ຽງຫ່ານໄດ້ຟັງດັ່ງນັ້ນແລ້ວ ກໍ່ຂໍຮ້ອງໃຫ້ຍົມມະທູດພາຕົວເອງຂ້າມຝັ່ງໄປ. ຫາກແຕ່ຍົມມະທູດກໍ່ປະຕິເສດວ່າ ຍັງບໍ່ຮອດເວລາເທື່ອ ແລ້ວຍົມມະທູດກໍ່ພາເສດຖີຂີ້ໜຽວມາ ເສດຖີລອຍນ້ຳໄປໄດ້ຈັກໜ່ອຍກໍ່ໝົດແຮງຈົມລົງນ້ຳໄປ. ໝາແມວຂອງເສດຖີທີ່ຕາມມາກໍ່ຈົມນ້ຳລົງໄປນຳ.
ແລ້ວຍົມມະທູດກໍ່ມາຫາຄົນລ້ຽງຫ່ານ ເພື່ອບອກວ່າ ເຖິງເວລາຂອງລາວແລ້ວ ຄົນລ້ຽງຫ່ານລອຍນ້ຳໄປຈົນຮອດອີກຝັ່ງ ຫ່ານທີ່ລາວລ້ຽງໄວ້ກໍ່ລອຍນ້ຳຕາມຫຼັງມາ ເມື່ອມາຮອດຝັ່ງກໍ່ກາຍເປັນແກະສີຂາວ ຍົມມະທູດບອກກັບຄົນລ້ຽງຫ່ານວ່າ ໃນໂລກນີ້ ຄົນລ້ຽງແກະຄືພະຣາຊາ ແລະກໍ່ມີພະຣາຊາຫຼາຍຄົນມາມອບມົງກຸດໃຫ້ກັບລາວ ແລ້ວຄົນລ້ຽງຫ່ານກໍ່ອາໄສຢູ່ໃນໂລກໃໝ່ຢ່າງມີຄວາມສຸກຕະຫຼອດໄປ…
ອ່ານຈົບແລ້ວພໍຈະຕີຄວາມໝາຍອອກບໍ່? ນິທານເລື່ອງນີ້ເປັນໜຶ່ງໃນຊຸດນິທານຂອງ Grimm’s Fairy Tales ເຊິ່ງຖືກຕັດອອກໃນເວລາຕໍ່ມາ
ທີ່ມາ – al fine
ໂຄດເຊັງ ອະພິມະຫາເຊັງເລີຍທ່ານຜູ້ອ່ານ Y_Y
ກຳລັງຂຽນເລື່ອງຊ່ວຍກັນແປ WordPress ພາສາລາວ ຂຽນໄປໄດ້ຈົນສຸດລະວ່າກົດ Preview ແລ້ວມັນກໍ່ ກໍ່ ກໍ່ ກໍ່ ຫາຍຍຍຍຍຍຍ ໂອຍຍຍຍຍ
ເຊັງ ເຊັງ ເຊັງ ເດ້
ໄວ້ອາລົມດີ ໆ ຄ່ອຍມາຂຽນໃຫມ່ ຕອນນີ້ເສົ້າໃຈ
ເມື່ອຂ້າພະເຈົ້າຊວນອ້າຍຄົນຫນຶ່ງທີ່ຮູ້ຈັກກັນມາຂຽນບລັອກ ລາວໄດ້ຖາມຄຳຖາມກັບຂ້າພະເຈົ້າວ່າ “ຂຽນແລ້ວຈະໄດ້ຫຍັງ?” ເປັນຄຳຖາມທີ່ Classic ແລະມີຕະຫລອດ ໄດ້ຍິນມາເລື້ອຍ ໆ ມັກຈະໄດ້ຍິນຫລາຍໃນກຸ່ມຄົນທີ່ບໍ່ຄ່ອຍຈະໄດ້ໃຊ້ອິນເຕີເນັດ ຫຼືໃຊ້ອິນເຕີເນັດພຽງເພື່ອວຽກງານສຳຄັນ
ການຂຽນບລັອກ ຄວາມຈິງມັນມີຫລາຍຢ່າງທີ່ຫນ້າສົນໃຈ ການຂຽນບລັອກມີປະໂຫຍດຫລາຍຢ່າງ ເຮົາສາມາດໃຊ້ມັນເພື່ອເຝິກແອບທັກສະການນຳສະເຫນີໄດ້ ເປັນວິທີການທີ່ດີ ທີ່ຈະຮຽນຮູ້ການຖ່າຍທອດຄວາມຮູ້ສຶກ ໃຫ້ຜູ້ອື່ນໄດ້ຮັບຜູ້ຜ່ານຕົວອັກສອນໃນຫນ້າຈໍຄອມພິວເຕີ ຄົນຂຽນບລັອກ ບໍ່ຈຳເປັນຕ້ອງເປັນນັກຂຽນຊື່ດັງ ບໍ່ຈຳເປັນຕ້ອງມີເງິນເພື່ອຈັດພິມຫນັງສືຂອງຕົນເອງ ບໍ່ຈຳເປັນຕ້ອງຕິດຕໍ່ສຳນັກພິມໃດ ໆ ຫຼືບໍ່ຈຳເປັນຕ້ອງປະກາດໃຫ້ຄົນມາອ່ານ ແຕ່ທຸກຢ່າງຈະເປັນໄປເອງຜ່ານໂລກອິນເຕີເນັດ
ຕອນນີ້ບໍ່ຮູ້ວ່າປລັກອິນຕ້ອງໃຊ້ບໍ່ ດຽວຊິລອງເບິ່ງກ່ອນເພາະວ່າອາດຈະຈຳເປັນຕ້ອງໃຊ້ ແລ້ວກໍ່ຢາກໃຫ້ລະບົບອອກມາຄ້າຍ ໆ ກັບຂອງ wordpress.com ເພາະລາຍນັ້ນຖືວ່າເປັນຕົ້ນແບບເລີຍ
